top of page
ບໍລິການຝຶກອົບຮົມດ້ານໄອທີ
【ORMACH IT TRAINING CENTER】
ບໍລິການຝຶກອົບຮົມດ້ານໄອທີເປັນການດຳເນີນກິດຈະການກ້າວທຳອິດຂອງບໍລິສັດ ໂອເມັກ ຈຳກັດຜູ້ດຽວ ແລະ ໄດ້ເປີດບໍລິການເປັນຄັ້ງທຳອິດໃນວັນທີ23 ເດືອນ 9 ປີ 2017. ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂອງລາວເຮົາໃຫ້ທັນສະໄໝ ໂດຍໃຊ້ຕົ້ນທຶນຂອງນັກຮຽນຕໍ່າທີ່ສຸດ. ດັ່ງນັ້ນສູນຂອງເຮົາຈຶ່ງມີຫຼາກຫຼາຍຕົວເລືອກໃຫ້ທ່ານຊຶ່ງໄດ້ບັນທຶກລາຍລະອຽດໄວ້ໃນແຕ່ລະຫຼັກສູດແລ້ວ.
ສູນຝຶກອົບຮົມໄອທີໂອເມັກບໍ່ພຽງແຕ່ມີຫຼາກຫຼາຍຕົວເລືອກໃຫ້ທ່ານເທົ່ານັ້ນ ແຕ່ສູນຂອງເຮົາຍັງເປັນສູນທີ່ເນັ້ນໃສ່ຄຸນນະພາບ ແລະ ວິທີການສອນເປັນຫຼັກເພື່ອໃຫ້ທຸກໆທ່ານທີ່ຮຽນຈົບຈາກສູນຂອງເຮົາສາມາດໃຊ້ຄວາມຮູ້ທີ່ໄດ້ຮຽນມາຢ່າງເຕັມປະສິດທິພາບ.
bottom of page






